Winamp Logo
INFO. - PODCAST LA Cover
INFO. - PODCAST LA Profile

INFO. - PODCAST LA

Lao, Social, 1 season, 15 episodes, 5 hours, 18 minutes
About
Info. - ອິນໂຟ,​ ເເມ່ນສື່ສັງຄົມອອນລາຍ ທີ່ຖືກສ້າງຂື້ນມາເພື່ອກະຈາຍຂໍ້ມູນຂ່າວສານທີ່ເປັນປະໂຫຍດ ແລະ ເປັນກາງສູ່ສັງຄົມລາວ. ນອກຈາກນັ້ນ, ພວກເຮົາຍັງໄດ້ເປີດໂອກາດໃຫ້ນັກຂຽນ ແລະ ນັກສ້າງເນື້ອຫາຕ່າງໆ ໄດ້ມີພື້ນທີ່ໃນການນຳສະເໜີ ແລະ ເເບ່ງປັນຜົນງານຂອງເຂົາໃຫ້ສັງຄົມໄດ້ຮັບຮູ້.
Episode Artwork

ມັດທະຍົມ VS ມະຫາໄລ | INFO. - ເລົາສູ່ກັນຟັງ [EP.05] 1/2

ມັດທະຍົມ VS ມະຫາໄລ | INFO. - ເລົາສູ່ກັນຟັງ [EP.05] 1/2 ຄວາມແຕກຕ່າງລະຫວ່າງຕາຕະລາງຮຽນ ແລະ ເວລາເຂົ້າຮຽນ, ການສອບເສັງ,ການໃຫ້ຄະແນນ, ການສອນ ແລະ ອຸປະກອນການຮຽນ, ຫຼາຍຄັ້ງທີ່ຊີວິດຂອງເຮົາເຂົ້າສູ່ຊ່ວງອາຍຸໃນລະດັບຕ່າງໆ ແລະ ແຕ່ລະຊ່ວງອາຍຸກໍຈະເລີ່ມມີການປ່ຽນແປງແບ່ງແຍກສັງຄົມທີ່ຊັດເຈນຂຶ້ນ. ໃນຕອນນີ້ບາງຄົນອາດກໍາລັງຢູ່ໃນຊ່ວງກ້າວເຂົ້າສູ່ມະຫາວິທະຍາໄລ, ບາງຄົນກໍກໍາລັງຮຽນຢູ່ມະຫາວິທະຍາໄລ ແລະ ບາງຄົນກໍສໍາເລັດການສຶກສາ ແລະ ໄດ້ເຮັດວຽກແລ້ວ ໃຜທີ່ກໍາລັງມີຄໍາຖາມວ່າລະຫວ່າງມັດທະຍົມ ແລະ ມະຫາໄລ ແຕກຕ່າງກັນແນວໃດ ແລະ ເຮົາຕ້ອງກຽມຕົວຮັບມືແບບໃດ ເຊິ່ງມື້ນີ້ເຮົາຈະມາແຊລ໌ປະການຄວາມແຕກຕ່າງລະຫວ່າງໂຮງຮຽນ VS ມະຫາວິທະຍາໄລ ເພື່ອໃຫ້ນ້ອງໆສາມາດນໍາໄປໃຊ້ແລະ ປັບຕົວງ່າຍຂຶ້ນເມື່ອເຂົ້າມາຮຽນມະຫາໄລ ຊ່ອງທາງຕິດຕາມອື່ນໆ: Tiktok: www.tiktok.com/@infolaos Facebook: https://rebrand.ly/infolaopdr Youtube: https://rebrand.ly/thepasstudio Instagram: https://rebrand.ly/Infolaos Soundcloud: https://rebrand.ly/soundlcoud_infolaopdr
8/5/202227 minutes, 51 seconds
Episode Artwork

ຖືກບູ່ລີ່ VS ບູ່ລີ່ຄົນອື່ນ | INFO. - ເລົາສູ່ກັນຟັງ [EP.03]

ຖືກບູ່ລີ່ VS ບູ່ລີ່ຄົນອື່ນ | INFO. - ເລົາສູ່ກັນຟັງ [EP.03] ໃນປະຈຸບັນ ທຸກຄົນສາມາດເຂົ້າເຖິງສື່ສັງຄົມອອນລາຍໄດ້ແບບງ່າຍດາຍ ເຮັດໃຫ້ປະກົດການບູ່ລີ່ ຫຼຶ ວ່າການຂົ່ມເຫັງກັນ ສາມາດເກີດໄດ້ກັບທຸກຄົນ ແລະ ບາງຄັ້ງເຮົາເອງອາດຈະສ້າງເຫຍື່ອໂດຍທີ່ເຮົາເອງບໍ່ຮູ້ຕົວ. ການຂົ່ມເຫັງກັນ ຖືວ່າເປັນສິ່ງທີ່ບໍ່ຄວນກະທໍາ, ໃນມື້ນີ້າງອິນໂຟໄດ້ນໍາເອົາປະເດັນດັ່ງກ່າວມາໃຫຖົກຖາມກັນ ແລະ ມາສະແດງຄວາມຄິດ ເພື່ອເປີດຮັບມູມມອງເຊິ່ງກັນແລະກັນໃຫ້ຫຼາຍຂຶ້ນ. ເລົ່າສູ່ກັນຟັງ ເປັນລາຍການທີ່ເຮົາເຮັດຂຶ້ນມາເພື່ອບອກເລົ່າປະສົບການກຽວກັບປະເດັນຕ່າງໆ ທີ່ໄດ້ຕໍ່ຍອດມາຈາກລາຍການ “ເຊົາຄາໃຈ” ເຊິ່ງຈະມີການໍາເອົາບຸກຄົນ ລວມເຖິງນັກວິຊາການມາເລົ່າປະສົບການຕາມແຕ່ລະຫົວຂໍ້ທີ່ໄດ້ກໍານົດຂິ້ນມາ. ທາງເພຈຂອງພວກເຮົາບໍ່ສະໜັບສະໜຸນຄວາມຮຸນແຮງທຸກປະເພດ, ລວມເຖິງການຂົ່ມເຫັງກັນ. ______ ສະຫນັບສະຫນຸນຄອນເທັ້ນນີ້ໂດຍ @ປາແດກສີ່ພັນດອນ ສົນໃຈສັ່ງຊື້ ແລະ ເປັນຕົວແທນຈໍາໜ່າຍສາມາດຕິດຕໍ່ຜ່ານເພຈໄດ້ເລີຍ ______ ຊ່ອງທາງຕິດຕາມອື່ນໆ: Tiktok: www.tiktok.com/@infolaos Facebook: https://rebrand.ly/infolaopdr Youtube: https://rebrand.ly/thepasstudio Instagram: https://rebrand.ly/Infolaos Soundcloud: https://rebrand.ly/soundlcoud_infolaopdr
8/5/20228 minutes, 31 seconds
Episode Artwork

LGBTQ+ ຕ້ອງການຫຍັງອີກ ເມື່ອສັງຄົມໃນປະເທດລາວເປີດກວ້າງແລ້ວ? | INFO. - ເລົາສູ່ກັນຟັງ [EP.04]

LGBTQ+ ຕ້ອງການຫຍັງອີກ ເມື່ອສັງຄົມໃນປະເທດລາວເປີດກວ້າງແລ້ວ? | INFO. - ເລົາສູ່ກັນຟັງ [EP.04] ເປັນການສົນທະນາກັນ ເພື່ອແລກປ່ຽນຄວາມຄິດເຫັນ ແລະ ຄວາມຮູ້ສຶກຂອງເຮົາຕໍ່ປະເດັນດັ່ງກ່າວໃນມື້ທີ່ຖ່າຍເທົ່ານັ້ນ ແລະ ເປີດໃຈຮັບຟັງເຊິ່ງກັນ ແລະ ກັນ, ເປັນການສົນທະນາກັນເພື່ອບໍ່ໄດ້ຫາຄໍາຕອບໃຫ້ຄົນທີ່ມາຟັງເຮົາ ແຕ່ເປັນການສົນທະນາທີ່ໃຫ້ຄົນຟັງ ໄດ້ຟັງແລ້ວຕ້ອງຢາກໄປຫາຄໍາຕອບເພີ່ມເຕີມເອງ. ພ້ອມທັງມາທຳຄວາມເຂົ້າໃຈບັນຫາຕ່າງໆທີ່ພົບເຫັນໃນສັງຄົມເປັນຕົ້ນແມ່ນ: - ຈໍາເປັນຕ້ອງຈໍາແນກຕົວຕົນໃນ LGBTQ+ ບໍ? - ສັງຄົມເປີດແທ້ແລ້ວບໍ? ແຕ່ເປັນຫຍັງ LGBTQ+ ຍັງມີການກົດຂີ່ ລໍ້ລຽນ ແລະ ປຽບທຽບ - ວັດທະນະທຳ, ພາບຈື່, ຄວາມຄາດຫວັງຂອງສັງຄົມ ສ້າງມົນທິນ, ຄວາມກົດດັນທີ່ທຳຮ້າຍເພດ LGBTQ+ ( ເຊັ່ນ: ຕ້ອງເກັ່ງ, ມີຄວາມມັ່ວສຸ່ມ, ຮັກນວນສະຫງວນຕົວ,ການເປີດເຜິຍຕົວຕົ້ນ comimg out - ເປັນຫຍັງມັນຈຶ່ງສໍາຄັນໃນການຮຽກຮ້ອງສິດ ແລະ ອະນາຄົດຂອງຄວາມຫຼາກຫູາຍທາງເພດທີ່ຢາກເຫັນ ເຊິ່ງ ມາພ້ອມກັບແຂກຮັບເຊີນທີ່ເປັນຕົວແທນໄວໜຸ່ມຈາກຫຼາກຫຼາຍຂົງເຂດ ທີ່ຈະມາເລົ່າປະສົບການຂອງພວກເຂົາ ກ່ຽວກັບສິ່ງທີ່ເກີດຂື້ນ, ມຸມມອງຂອງສັງຄົມ ການເອົາຊະນະຕໍ່ກັບອຸປະສັກ ແລະ ສິ່ງທີ່ພວກເຂົາເຮັດປະສົບຜົນສຳເລັດຄັ້ງໜຶ່ງຂອງຊີວິດ. ເລົ່າສູ່ກັນຟັງ ເປັນລາຍການທີ່ເຮົາເຮັດຂຶ້ນມາເພື່ອບອກເລົ່າປະສົບການກຽວກັບປະເດັນຕ່າງໆ ເຊິ່ງຈະມີການໍາເອົາບຸກຄົນທີ່ມີປະສົບການໂດຍກົງ ລວມເຖິງນັກວິຊາການ ມາເລົ່າປະສົບການຕາມແຕ່ລະຫົວຂໍ້ທີ່ໄດ້ກໍານົດຂິ້ນມາ. ສະໜັບສະໜູນໂດຍ: ສະມາຄົມພັດທະນາບົດບາດຍິງ-ຊາຍ Gender Development Association ຊ່ອງທາງຕິດຕາມອື່ນໆ: Tiktok: www.tiktok.com/@infolaos Facebook: https://rebrand.ly/infolaopdr Youtube: https://rebrand.ly/thepasstudio Instagram: https://rebrand.ly/Infolaos Soundcloud: https://rebrand.ly/soundlcoud_infolaopdr
8/5/202217 minutes, 19 seconds
Episode Artwork

ຢູ່ກ່ອນແຕ່ງ VS ແຕ່ງກ່ອນຢູ່ | INFO. - ເລົາສູ່ກັນຟັງ [EP.02] 2/2

ຢູ່ກ່ອນແຕ່ງ VS ແຕ່ງກ່ອນຢູ່ | INFO. - ເລົາສູ່ກັນຟັງ [EP.02] 2/2 ການຢູ່ກ່ອນແຕ່ງ ແລະ ແຕ່ງກ່ອນຢູ່ມີທັງຂໍ້ດີ ແລະ ຂໍ້ເສຍແຕກຕ່າງກັນໄປ ເຊິ່ງກໍຂຶ້ນກັບຕົວບຸກຄົນນັ້ນວ່າມີມູມມອງແນວໃດຕໍ່ກັບປະເດັນດັ່ງກ່າວ. ຈາກຕອນທີ່ 1/2 ເຮົາໄດ້ເຫັນທັດສະນະຄະຕິຂອງແຂກຮັບເຊີນທີ່ມາສະແດງຄວາມຄິດເຫັນຕໍ່ປະເດັນດັ່ງກ່າວ (https://www.facebook.com/infolaopdr/videos/1082733735666027) [EP.02] 2/2 ຈະມາເວົ້າເຖິງດ້ານກົດໝາຍຂອງ ສ.ປ.ປ.ລາວ ໄດ້ກ່າວເຖິງການຢູ່ນຳກັນກ່ອນແຕ່ງງານແນວໃດແດ່ ແລະ ສິ່ງທີ່ຄວນຮູ້ກ່ອນການຢູ່ນຳກັນກ່ອນການແຕ່ງງານ ເລົ່າສູ່ກັນຟັງ ເປັນລາຍການທີ່ເຮົາເຮັດຂຶ້ນມາເພື່ອບອກເລົ່າປະສົບການກຽວກັບປະເດັນຕ່າງໆ ທີ່ໄດ້ຕໍ່ຍອດມາຈາກລາຍການ “ເຊົາຄາໃຈ” ເຊິ່ງຈະມີການໍາເອົາບຸກຄົນ ລວມເຖິງນັກວິຊາການມາເລົ່າປະສົບການຕາມແຕ່ລະຫົວຂໍ້ທີ່ໄດ້ກໍານົດຂິ້ນມາ. ຊ່ອງທາງຕິດຕາມອື່ນໆ: Tiktok: www.tiktok.com/@infolaos Facebook: https://rebrand.ly/infolaopdr Youtube: https://rebrand.ly/thepasstudio Instagram: https://rebrand.ly/Infolaos Soundcloud: https://rebrand.ly/soundlcoud_infolaopdr
8/5/202217 minutes, 59 seconds
Episode Artwork

ຢູ່ກ່ອນແຕ່ງ VS ແຕ່ງກ່ອນຢູ່ | INFO. - ເລົາສູ່ກັນຟັງ [EP.02] PART 1

ຢູ່ກ່ອນແຕ່ງ VS ແຕ່ງກ່ອນຢູ່ | INFO. - ເລົາສູ່ກັນຟັງ [EP.02] 1/2 ການຢູ່ກ່ອນແຕ່ງ ແລະ ແຕ່ງກ່ອນຢູ່ມີທັງຂໍ້ດີ ແລະ ຂໍ້ເສຍແຕກຕ່າງກັນໄປ ເຊິ່ງກໍຂຶ້ນກັບຕົວບຸກຄົນນັ້ນວ່າມີມູມມອງແນວໃດຕໍ່ກັບປະເດັນດັ່ງກ່າວ. ມື້ນີ້ທາງອິນໂຟໄດ້ນໍາເອົາປະເດັນດັ່ງກ່າວມາໃຫຖົກຖາມກັນ ແລະ ມາສະແດງຄວາມຄິດ ເພື່ອເປີດຮັບມູມມອງເຊິ່ງກັນແລະກັນໃຫ້ຫຼາຍຂຶ້ນ. 00:00 Intro 00:33 ຈະເລືອກຫຍັງລະຫວ່າງ ແຕ່ງກ່ອນຢູ່ ຫຼື ຢູ່ກ່ອນແຕ່ງ 09:31 ເຈົ້າເລີ່ມຮູ້ຕົວວ່າຢາກຢູ່ກ່ອນແຕ່ງງານຕັ້ງແຕ່ຕອນໃດ? 16:55 ການຢູ່ກ່ອນແຕ່ງງານມີຂໍ້ດີ ແລະ ຂໍ້ເສຍແນວໃດ? 22:27 ໃນຕອນຕໍ່ໄປ ເລົ່າສູ່ກັນຟັງ ເປັນລາຍການທີ່ເຮົາເຮັດຂຶ້ນມາເພື່ອບອກເລົ່າປະສົບການກຽວກັບປະເດັນຕ່າງໆ ທີ່ໄດ້ຕໍ່ຍອດມາຈາກລາຍການ “ເຊົາຄາໃຈ” ເຊິ່ງຈະມີການໍາເອົາບຸກຄົນ ລວມເຖິງນັກວິຊາການມາເລົ່າປະສົບການຕາມແຕ່ລະຫົວຂໍ້ທີ່ໄດ້ກໍານົດຂິ້ນມາ. ຊ່ອງທາງຕິດຕາມອື່ນໆ: Tiktok: www.tiktok.com/@infolaos Facebook: https://rebrand.ly/infolaopdr Youtube: https://rebrand.ly/thepasstudio Instagram: https://rebrand.ly/Infolaos Soundcloud: https://rebrand.ly/soundlcoud_infolaopdr
8/5/202222 minutes, 27 seconds
Episode Artwork

[EP.01] PEOPLE IN HISTORY - COCO CHANEL ຈາກຕໍາແໜ່ງສູ່ຕໍານານທີ່ບໍ່ມີວັນຕາຍ | INFO. - x ALSA Laos

🎙𝐏𝐞𝐨𝐩𝐥𝐞 𝐢𝐧 𝐇𝐢𝐬𝐭𝐨𝐫𝐲 [𝐄𝐏.𝟏] | 𝘾𝙤𝙘𝙤 𝘾𝙝𝙖𝙣𝙚𝙡 ຈາກຕໍາແໜ່ງສູ່ຕໍານານທີ່ບໍ່ມີວັນຕາຍ "𝐏𝐞𝐨𝐩𝐥𝐞 𝐢𝐧 𝐇𝐢𝐬𝐭𝐨𝐫𝐲" | 𝐈𝐍𝐅𝐎. – 𝐗 𝐀𝐋𝐒𝐀 𝐋𝐚𝐨𝐬 𝑷𝒐𝒅𝒄𝒂𝒔𝒕 - Gabrielle Bonheur ບຸກຄົນທີ່ເປັນຜູ້ກໍ່ຕັ້ງແບຣນເນມຊື່ດັງລະດັບໂລກທີ່ມີຊື່ວ່າ “𝐂𝐇𝐀𝐍𝐄𝐋” ຈາກຄົນທໍາມະດາທີ່ຕໍ່ສູ້ ແລະ ພິກຊີວິດປ່ຽນແປງໂຊກຊະຕາຈົນກາຍມາເປັນບຸກຄົນທີ່ສຳຄັນໃນປະຫວັດສາດໃນນາມ “𝘾𝙤𝙘𝙤 𝘾𝙝𝙖𝙣𝙚𝙡” ເຊິ່ງຜູ້ທີ່ມາບັນຍາຍປະຫວັດຂອງ 𝘾𝙤𝙘𝙤 𝘾𝙝𝙖𝙣𝙚𝙡 ໃນຄັ້ງນີ້ໄດ້ແກ່ນັກສຶກສາຈາກກຸ່ມ 𝐀𝐋𝐒𝐀 𝐋𝐚𝐨𝐬🇱🇦 📣𝗠𝗼𝗱𝗲𝗿𝗮𝘁𝗼𝗿: Ms. Alisa PRASEUTH (Alizz) 📣𝗣𝗼𝗱𝗰𝗮𝘀𝘁𝗼𝗿: Ms. Minalack CHANTHASENG (Tata) Ms. Melisa PHOMSAVANG (May) • ຊ່ອງທາງຕິດຕາມອື່ນໆ (@INFOLaopdr): Tiktok: www.tiktok.com/@infolaos Facebook: https://rebrand.ly/infolaopdr Youtube: https://rebrand.ly/thepasstudio Instagram: https://rebrand.ly/Infolaos Soundcloud: https://rebrand.ly/soundlcoud_infolaopdr Apple Podcast: https://rebrand.ly/applepodcast_infolaopdr • ຊ່ອງທາງຕິດຕາມອື່ນໆ (@ALSA Laos🇱🇦): Tiktok: @alsalaos https://vt.tiktok.com/ZSRL8EoKt/ Facebook: ALSA Laos - NUOL https://www.facebook.com/ALSALaosNUOL/ Instagram: @alsalaos https://instagram.com/alsalaos?igshid=YmMyMTA2M2Y= #INFO #ALSALaos #Podcastlaos #Podcast #Laos #LAW
8/5/202231 minutes, 58 seconds
Episode Artwork

ກວດສຸຂະພາບປະຈໍາປີຈໍາເປັນບໍ? – INFO. - ເລົາສູ່ກັນຟັງ [EP.01]

ກວດສຸຂະພາບປະຈໍາປີຈໍາເປັນບໍ? – INFO. - ເລົາສູ່ກັນຟັງ [EP.01] ເມື່ອເຮົາຮູ້ສຶກວ່າຮ່າງກາຍເຮົາຮ່າງກາຍເຮົາແຂງແຮງດີ ເຮົາຈຶ່ງບໍ່ໃສ່ໃຈເລື່ອງການກວດສຸຂະພາບ ເຊິ່ງການກວດສຸຂະພາບເປັນເລື່ອງທີ່ທຸກຄົນບໍ່ຄວນເບິ່ງຂ້າມ. ເຖິງວ່າຮ່າງກາຍເຮົາຈະບໍ່ສະແດງອາການທີ່ກ່ຽວກັບບັນຫາສຸຂະພາບເລີຍ ຢາກຮູ້ວ່າຮ່າງກາຍເຮົາສົມບູນແທ້ຫຼືບໍ ເຮົາຈຶ່ງໄປຫາໝໍເພື່ອກວດສຸຂະພາບຮ່າງກາຍທົ່ວໄປ. ເລົ່າສູ່ກັນຟັງ ເປັນລາຍການທີ່ເຮົາເຮັດຂຶ້ນມາເພື່ອບອກເລົ່າປະສົບການກຽວກັບປະເດັນຕ່າງໆ ທີ່ໄດ້ຕໍ່ຍອດມາຈາກລາຍການ “ເຊົາຄາໃຈ” ເຊິ່ງຈະມີການໍາເອົາບຸກຄົນ ລວມເຖິງນັກວິຊາການມາເລົ່າປະສົບການຕາມແຕ່ລະຫົວຂໍ້ທີ່ໄດ້ກໍານົດຂິ້ນມາ. ຊ່ອງທາງຕິດຕາມອື່ນໆ: Tiktok: www.tiktok.com/@infolaos Facebook: https://rebrand.ly/infolaopdr Youtube: https://rebrand.ly/thepasstudio Instagram: https://rebrand.ly/Infolaos Soundcloud: https://rebrand.ly/soundlcoud_infolaopdr Apple Podcast: https://rebrand.ly/applepodcast_infolaopdr
6/7/202211 minutes, 43 seconds
Episode Artwork

INFO. - ຢາກລົມ [EP.0]

𝐈𝐍𝐅𝐎. – ຢາກລົມ Podcast ເທື່ອນີ້ອິນໂຟມາພ້ອມກັບລາຍການໃໝ່ ທີ່ມີຊື່ວ່າ INFO. - ຢາກລົມ ສ້າງຂຶ້ນມາເພື່ອໃຫ້ທຸກຄົນຮູ້ຈັກເຮົາຫຼາຍຂຶ້ນ ໂດຍການຈັບເອົາບົດຄວາມຂອງອິນໂຟມາຈັດເປັນແບບ Podcast ແລະ ຈຸດປະສົງຫຼັກແມ່ນເພື່ອໃຫ້ຜູ້ຊົມຂອງເຮົາໄດ້ຄວາມຮູ້ແບບເຂົ້າໃຈງ່າຍ ແລະບໍ່ເປັນວິຊາການຈົນເກີນໄປ. ອິນໂຟຫວັງວ່າລາຍການນີ້ຈະເຮັດໃຫ້ທຸກຄົນໄດ້ທັງຄວາມມ່ວນຊື່ນ ແລະ ສາລະຄວາມຮູ້ໄປນຳກັນ. . ຊ່ອງທາງຕິດຕາມອື່ນໆ: Facebook: https://rebrand.ly/infolaopdr Youtube: https://rebrand.ly/thepasstudio Instagram: https://rebrand.ly/Infolaos Soundcloud: https://rebrand.ly/soundlcoud_infolaopdr Apple Podcast: https://rebrand.ly/applepodcast_infolaopdr #INFO #ຢາກລົມ #Podcastlaos #Podcast #Laos
5/19/20221 minute, 47 seconds
Episode Artwork

People In History | INFO. - X ALSA Podcast [EP.0]

"𝐏𝐞𝐨𝐩𝐥𝐞 𝐢𝐧 𝐇𝐢𝐬𝐭𝐨𝐫𝐲" | 𝐈𝐍𝐅𝐎. – 𝐗 𝐀𝐋𝐒𝐀 𝐋𝐚𝐨𝐬 𝑷𝒐𝒅𝒄𝒂𝒔𝒕 SPECIAL EP. ການກັບມາຄັ້ງນີ້ພວກເຮົາໄດ້ມີລາຍການສຸດພິເສດທີ່ໄດ້ຄວາມຮ່ວມມືຈາກ 𝐀𝐋𝐒𝐀 𝐋𝐚𝐨𝐬 ເຊິ່ງເປັນກຸ່ມນັກສຶກສາກົດໝາຍ ໂດຍມີຈຸດປະສົງໃນການມຸ່ງເນັ້ນຕໍ່ວິໄສທັດຂອງໂລກກ່ຽວກັບອະນາຄົດຂອງອາຊີ, ສົ່ງເສີມຄວາມຮູ້ ແລະ ຄວາມເຂົ້າໃຈທາງດ້ານກົດໝາຍ ພ້ອມທັງຍົກສູງຄວາມຮັບຜິດຂອບທາງສັງຄົມໃຫ້ແກ່ບັນດານັກສຶກສາກົດໝາຍ. . 𝑷𝒐𝒅𝒄𝒂𝒔𝒕 𝑻𝒉𝒆𝒎𝒆 “𝐏𝐞𝐨𝐩𝐥𝐞 𝐢𝐧 𝐇𝐢𝐬𝐭𝐨𝐫𝐲” ຫຼື “ບຸກຄົນສຳຄັນໃນປະຫວັດສາດ” . ຊ່ອງທາງຕິດຕາມອື່ນໆ: Facebook: https://rebrand.ly/infolaopdr Youtube: https://rebrand.ly/thepasstudio Instagram: https://rebrand.ly/Infolaos Soundcloud: https://rebrand.ly/soundlcoud_infolaopdr Apple Podcast: https://rebrand.ly/applepodcast_infolaopdr #INFO #ALSALaos #Podcastlaos #Podcast #Laos #LAW
5/13/20226 minutes, 48 seconds
Episode Artwork

ວິວັດທະນາການຂອງພາສາລາວ - INFO. - 100 ເລື່ອງລາວ [EP.01]

ວິວັດທະນາການຂອງພາສາລາວ - INFO. - 100 ເລື່ອງລາວ [EP.01] ພາສາລາວທີ່ພວກເຮົາໃຊ້ໃນຊີວິດປະຈຳວັນນີິ ບໍ່ວ່າຈະເປັນພາສາເວົ້າ, ພາສາຂຽນ ຫຼື ພາສາທີ່ໃຊ້ກັນໃນສື່ອອນລາຍນັ້ນ ຄວນຈະໃຊ້ແບບໃດກັນແທ້ຈຶ່ງຈະຖືກຕ້ອງ? ຄວນຂຽນຕາມຫຼັກໄວຍະກອນ ຫຼື ຂຽນຕາມການອອກສຽງທີ່ເຮົາເວົ້າກັນ? ຄຳໃດແມ່ນພາສາລາວ ແລະ ຄຳໃດແມ່ນພາສາໄທ? ໃຊ້ຮ່ວມກັນໄດ້ບໍ່? ໃນສື່ອອນລາຍຈຳເປັນບໍ່ທີ່ເຮົາຕ້ອງຂຽນຖືກໃຫ້ຖືກເປະໆ? ມາຟັງຄຳຕອບຈາກ ທ່ານ ໂຊກດີ ທຳມະວົງ, ນັກສຶກສາປະລິນຍາໂທສາຂາພາສາລາວ ທີ່ມະຫາວິທະຍາໄລແຫ່ງຊາດ
5/3/202226 minutes
Episode Artwork

ທຶນການສຶກສາ ແລະ ໂອກາດທີ່ທຸກຄົນຄວນໄດ້ຮັບ | INFO. - PODCAST

ເຂົ້າລົມກັນໃນປະເດັນສັງຄົມທີ່ວ່າ: ການທີ່ຄົນໃນສັງຄົມຍັງມີການເບິ່ງວ່າຄົນທີ່ໄດ້ຮັບທຶນ(ຈາກຕ່າງປະເທດ) ສ່ວນໃຫຍ່ເປັນຄົນທີ່ມີຖານະດີ ເພາະພວກເຂົ້າຈະມີພື້ນຖານດ້ານພາສາຕ່າງປະເທດ ແລະ ຄົນທີ່ຖານະປານກາງກໍຕ້ອງມີຄວາມພະຍາຍາມສູງກວ່າຈະຍາດທຶນນັ້ນມາໄດ້, ສ່ວນຄົນທີ່ມີຖານະຂ້ອນຂ້າງທຸກຍາກກໍຈະຂາດໂອກາດໃນການຮັບທຶນເລີຍ
1/28/202236 minutes, 40 seconds
Episode Artwork

[INFO. - ຢາກບອກ EP.0] FAST FASHION ອຸດສະຫະກຳເສື້ອຜ້າທຳລາຍໂລກ

ອຸດສະຫະກຳເສື້ອຜ້າທຳລາຍໂລກ FAST FASHION. . ເສື້ອຜ້າເຄື່ອງນຸ່ງຫົ່ມຖືເປັນປັດໄຈພື້ນຖານທີ່ສໍາຄັນຕໍ່ການດໍາລົງຊີວິດຂອງມະນຸດ ເຊິ່ງພັດທະນາການຄວາມກ້າວໜ້າຂອງມະນຸດເຮັດໃຫ້ເສື້ອຜ້າ ແລະ ເຄື່ອງແຕ່ງກາຍປ່ຽນແປງໄປຕາມແຕ່ລະຍຸກສະໄໝ. . ໃນທ້າຍສະຕະວັດທີ 20 ຫາຕົ້ນສະຕະວັດທີ 21 (1990-2000) ອຸດສາຫະກໍາແຟຊັ່ນ ໄດ້ມີການຂະຫຍາຍຕົວທີ່ສຸດ ເສື້ອຜ້າເລີ່ມມີລາຄາຖືກລົງເລື້ອຍໆ, ຈາກກະແສຂອງໂລກ ແລະ ສື່ໂຄສະນາທັງຫຼາຍເຮັດໃຫ້ເກີດ Business Model ຂຶ້ນມາທີ່ມີຊື່ວ່າ Fast Fashion.
1/17/20226 minutes, 27 seconds
Episode Artwork

ຂີ້ເຫຍື້ອເລີ່ມຈາກໂຕເຮົາ INFO. - PODCAST LA

INFO. - PODCAST ໃນຫົວຂໍ້: ຂີ້ເຫຍື້ອເລີ່ມຈາກຕົວເຮົາ ເພາະວ່າບໍ່ແມ່ນຂີ້ເຫຍື້ອທຸກອັນຈະຖືກນຳໄປຈັດການຢ່າງຖືກຕ້ອງ "ໃຫ້ຄິດສະເໝີວ່າ ຂີ້ເຫຍື້ອຈະບໍ່ຖືກນຳໄປ Recycle'' - ແຍກຂີ້ເຫຍື້ອແລ້ວ ແຕ່ລົດມາເອົາໄປກໍເອົາໄປກອງລວມກັນຄືເກົ່າ? - ການຕະຫຼາດທີ່ບອກວ່າ "ເປັນມິດກັບສິ່ງແວດລ້ອມ" ເປັນມິດຫຼາຍເທົ່າໃດ? ແລະ ບັນຫາອື່ນໆກ່ຽວກັບຂີ້ເຫຍື້ອໃນບ້ານເຮົາ ມາພ້ອມກັບແຂກຮັບເຊີນ 1. ທ່ານ ນ.ຈັນສະໄໝ ລັດຕະນະສຸວັນນະຜົນ Mai Chansamai ຜູ້ຊ່ວຍ ດ້ານສິ່ງແວດລ້ອມ. Environmental Assistant at Nam Theun 2 Power Co. Ltd. 2. ທ່ານ ນ.ວາລີ ພົມມະຈັກ Co-Owner at Hug-Lok Eco-friendly Products: "ຮັກໂລກ" ສິນຄ້າເປັນມິດກັບສິ່ງແວດລ້ອມ ອອກອາກາດວັນອັງຄານ ທີ 07/12/2021ເວລາ 20:00 ທາງເຟສບຸກ INFO. - ອິນໂຟ #NTPC #NAMTHEUN2 #INFOPODCAST #PODCAST #INFO
12/7/202140 minutes, 34 seconds
Episode Artwork

[Covid Series ep.01] ແພດໝໍຈະຮັບມືກັບຜູ້ປ່ວຍໂຄວິດໄດ້ອີກດົນເທົ່າໃດ | INFO. - PODCAST LA

ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ19ໃນປັດຈຸບັນ(14/11/2021) ປະເທດລາວມີຍອດຜູ້ຕິດເຊື້ອໃຫມ່ຂຶ້ນມື້ລະ 1000 ກວ່າກໍລະນີ ແລະ ຍັງມີຍອດເສຍຊີວິດທີ່ເພີ່ມຂຶ້ນເລື້ອຍໆ ແລ້ວອະນາຄົດປະເທດລາວຈະເປັນແນວໃດ? ມາຟັງບົດສຳພາດຈາກ ທ່ານ ດຣ. ນິຕິສັກ ສີຊະນະ ຜູ້ຊ່ຽວຊານ ອາຍຸຣະສາດ ສາຂາລະບົບຫາຍໃຈຂັ້ນ 1 , ຫົວໜ້າທີມດູແລຜູ້ປ່ວຍໂຄວິດຂັ້ນຮຸນແຮງ ແລະ ຂັ້ນວິກິດ ປະຈຳໂຮງໝໍເສດຖາທິຣາດ.
11/26/202125 minutes, 42 seconds
Episode Artwork

Feminism ສິດຄວາມເທົ່າທຽມ INFO. - PODCAST LA

INFO. - PODCAST ໃນຫົວຂໍ້: ''FEMINISM'' - ເພາະຂ້ອຍບໍ່ຢາກເອົາປຽບເພດອື່ນ ສັງຄົມຈຶ່ງໃຫ້ຂ້ອຍເປັນ FEMINIST ທີ່ຈະມາສົນທະນາກັນກ່ຽວກັບທິດສະດີທີ່ເປັນຕົວແທນການເຄື່ອນໄຫວຄວາມເທົ່າທຽມທາງເພດ ທີ່ບໍ່ໄດ້ມີພຽງແຕ່ເພດຍິງແຕ່ລວມເຖິງເພດອື່ນໆ ພ້ອມທັງມາທຳຄວາມເຂົ້າໃຈບັນຫາຕ່າງໆທີ່ພົບເຫັນໃນສັງຄົມເປັນຕົ້ນ
11/18/202137 minutes, 12 seconds